ຂ່າວ ແລະ ກິດຈະກຳ

Image

ບັນຍາກາດການຮຽນ-ການສອນຂອງຄະນະບໍລິຫານທຸລະກິດ ເປັນການຈັດການຮຽນຮູ້ຄວບຄູ່ກັບການສ້າງປະສົບການ ແລະ ພັດທະນາທັກສະຂອງນັກສຶກສາ ຜ່ານການຮຽນຮູ້ຮ່ວມກັນ, ການແລກປ່ຽນຄວາມຄິດເຫັນ ແລະ ການມີສ່ວນຮ່ວມໃນກິດຈະກຳຕ່າງໆ ພາຍໃຕ້ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຮຽນຮູ້. ມຸ່ງເນັ້ນການພັດທະນາຄວາມຮູ້, ທັກສະດ້ານການບໍລິຫານ, ການເຮັດວຽກເປັນທີມ, ການສື່ສານ ແລະ ການນຳໃຊ້ຄວາມຮູ້ໄປປະຍຸກໃຊ້ໃນຕົວຈິງ ເພື່ອກະກຽມນັກສຶກສາໃຫ້ມີຄວາມພ້ອມໃນການປະກອບວິຊາຊີບ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຕະຫຼາດແຮງງານ.